1. ມາເຖີດທ່ານລູກຫລານພຣະເຈົ້າ ຮ່ວມກັນເຂົ້າຮ້ອງເພງຂັບຂັນ ເປັ່ງສຽງຮ້ອງດ້ວຍຄວາມເບີກບານ ແດ່ພຣະຜູ້ບໍ່ນານຈະຄອງ ໃນໂລກນີ້ເມື່ອມັນຖືກລ້າງ ຈາກຈຸດດ່າງຊົ່ວຮ້າຍທັງຜອງ ເມື່ອມະນຸດຢຸດບາບເນືອງນອງ ແລະຈະປອງຮັກມັກສັນຕິ
2. ໂອເຮົາຄົງຍິນດີເນືອງນອງ ເມື່ອເຮົາມອງເຫັນພຣະຜູ້ຊ່ວຍ ເມື່ອພຣະອົງລົງມາຊົດຊ່ວຍ ແລ້ວຄວາມຊົ່ວຈະມ້ວຍລັບລາ ໂອເພງໃດເຮົາຈະຮ້ອງລຳ ແດ່ພຣະຜູ້ຊ່ວຍແລະຣາຊາ ໂອຮັກໃດຈະຄອງຊີວັນ ເມື່ອຄວາມຫວັ່ນກົວຄາຍຫາຍໄປ
3. ເຮົາຈະຂາວສະກາວສົດໃສ ເຮົາຈະຢູ່ໃນຈິງແລະແສງ ເຮົາຈະຮ້ອງເພງສັນເສີນແຮງ ຈະບອກແຈ້ງຍິນດີໃນໃຈ ແລ້ວໂລກຈະລ້າງຫ່າງບາບຜິດ ທຸກຊີວິດເພິ່ງໂລກອາໄສ ຈະເນົາໃນຮັກແລະວິໄລ ແລ້ວຫົວໃຈຈະລຳສຳລານ