Book cover

ພຣະຜູ້ໄຖ່ແຫ່ງອິສຣາແອນ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໕


1. ພຣະຜູ້ໄຖ່ແຫ່ງອິສເອນ ຄວາມເບີກບານຂອງເຮົາ ພຣະອົງເປັນຜູ້ເຮົາວອນຂໍພອນ ເປັນຮົ່ມຍາມອາຣຸນ ສ່ວນລາຕີເປັນຫລັກຫມັ້ນ ກະສັດພຣະຜູ້ປົດປ່ອຍຂອງເຮົາ

2. ເຮົາຮູ້ພຣະຊົງມາ ເພື່ອຮວບຮວມແກະພຣະອົງ ແລະຊົງນຳສູ່ຊີໂອນດ້ວຍຮັກ ເຫດໃດຈະຮ້ອງໄຫ້ ໃນວ່າງພູມໍຣະນາ ຫລືວ່າໃນແດນກັນດານໂດດດ່ຽວ?

3. ນານແລ້ວເຮົາໄດ້ທ່ຽວໄປ ໃນບາບເຊັ່ນຄົນປ່ຽວ ຮ້ອງວອນຫາພຣະອົງໃນແດນຊາຍ ສັດຕູແສນຍິນດີ ເມື່ອເຮົາມີຄວາມໂສກາ ບໍ່ຊ້າອິສເອນຈະພົບເສລີ

4. ລູກຫລານຂອງຊີໂອນ ຂ່າວປະເສີດນີ້ເພື່ອເຮົາ ເຄື່ອງຫມາຍສັນຍາໄດ້ປາກົດແລ້ວ ຢ່າຢ້ານຈົ່ງທ່ຽງທັມ ອານາຈັກເປັນຂອງເຮົາ ໃກ້ເຂົ້າມາຄືໂມງແຫ່ງການໄຖ່

5. ພຣະຜູ້ຊ່ວຍໂປດຊົງຟື້ນຟູ ແສງແຫ່ງພຣະພັກ ປະທານການເລົ້າໂລມຫນູນຈິດໃຈ ແລະໃຫ້ຄວາມຕ້ອງການ ຄືນສະຖານທີ່ສັກສິດ ນຳຄວາມຫວັງແກ່ຈິດເປົ່າປ່ຽວຂອງຂ້າ

6. ພຣະອົງທອດພຣະເນດສິບພັນ ທູດແສນຍິນດີ ມີທູດມາກມາຍຄອຍຟັງພຣະຄຳ ພຣະອົງຕັສນິຣັນດອນ ປ່ຽມດ້ວຍສຸຣະສຽງ ກຶກກ້ອງສຳນຽງສັນເສີນພຣະເຈົ້າ