1. ພຣະຄຳອັນລ້ຳເລີດວາງພື້ນໝັ້ນຄົງໜັກໜາ ສຳລັບສັດທາຂອງສິດທິຊົນຂອງພຣະເຈົ້າ ຈະໃຫ້ກ່າວຫຍັງແດ່ຫລາຍເກີນກວ່າທີ່ກ່າວໄວ້ ໃຜຫລົບລີ້ພັຍໄປເພິ່ງອົງພຣະຜູ້ຊ່ວຍໃຫ້ລອດ ໃຜຫລົບລີ້ພັຍໄປເພິ່ງພຣະຜູ້ຊ່ວຍໃຫ້ລອດ
2. ໃນທຸກສະພາບການເຈັບໄຂ້ຫລືສຸກສະບາຍ ໃນຄວາມທຸກມາກມາຍຫລືຄວາມລ້ຳລວຍເຫລືອແສນ ທີ່ບ້ານຫລືຕ່າງແດນເທິງບົກຫລືທະເລໃຫຍ່ ເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອໃນຕະລອດເວລາ ເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອຕະລອດເວລາ
3. ຢ່າຢ້ານອັນໃດເລີຍເພາະເຮົາຈະຢູ່ກັບເຈົ້າ ເພາະເຮົາເປັນພຣະເຈົ້າຂອງເຈົ້າເຮົາຈະຄ້ຳຊູ ຈະຊ່ວຍໜູນກຳລັງຈະຊ່ວຍຕັ້ງເຈົ້າໃຫ້ໝັ້ນ ຈະຊູເຈົ້າດ້ວຍຫລັກການທີ່ຖືກຕ້ອງແລະຊອບທັມ ຈະຊູເຈົ້າດ້ວຍຫລັກທີ່ຖືກຕ້ອງແລະຊອບທັມ
4. ເມື່ອເຮົາບອກເຈົ້າໄປຂ້າມແມ່ນ້ຳເລິກນານາ ໃນຄວາມທຸກມາກມາຍຫລືຄວາມລ້ຳລວຍເຫລືອແສນ ເພາະເຮົາຢູ່ນຳເຈົ້າແລະບັນຫາຈະເປັນພອນ ເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອໃນຕະຫລອດເວລາ ເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອຕະຫລອດເວລາ
5. ເມື່ອທາງເດີນເຈົ້າຕ້ອງຜ່ານການທົດລອງຮ້ອນໄຟ ຄວາມກະຣຸນາມາກມາຍຈະເປັນສບຽງຂອງເຈົ້າ ແປວໄຟຈະບໍ່ເຜົາເຈົ້າເພາະເຮົາພຽງຕ້ອງການ ໃຫ້ໄຟເຜົາເຫລັກເຈົ້າແລະຈະຫລໍ່ຄຳເຈົ້າໃຫ້ງາມ ໃຫ້ໄຟເຜົາເຫລັກເຈົ້າແລະຫລໍ່ຄຳເຈົ້າໃຫ້ງາມ
6. ແມຊະລາລົງແລ້ວຄົນຂອງເຮົາຈະຮູ້ແນ່ ຄວາມຮັກເຮົາບໍ່ປ່ຽນແປງຍືນຍົງເປັນນິຣັນດອນ ເມື່ອສີສະເຂົານັ້ນມີຜົມຫງອກຂຶ້ນທົ່ວໄປ ເຂົາຈະຍັງຄົງຢູ່ໃນຊວງຂອງເຮົາດັ່ງລູກແກະ ເຂົາຈະຍັງຄົງຢູ່ໃນຊວງເຮົາດັ່ງລູກແກະ
7. ຈິດວິນຍານທີ່ພັກພີງອົງພຣະເຢຊູມາ ເຮົາບໍ່ສາມາດຈະປະຖິ້ມເຂົາໃຫ້ເຫລົ່າສັດຕູ ແມ້ໝູ່ມວນນະຣົກຈະສັ່ນກວຍໂຍກຫວັ່ນໄຫວ ເຮົາຈະບໍ່ມີວັນທີ່ຈະປ່ອຍປະຖິ້ມຈິດວິນຍານ ເຮົາຈະບໍ່ມີວັນປ່ອຍປະລະຖິ້ມຈິດວິນຍານ