Book cover

ການອະທິຖານຄັ້ງທຳອິດຂອງ ໂຢເຊັບ ສມິທ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໑໔


1. ໂອຮຸ່ງອາຣຸນນັ້ນແສນສວຍງາມ ອາທິດສ່ອງລັດສະໝີຈ້າ ເຜິ້ງສົ່ງສຽງຫວານນົກຮ້ອງລຳນຳ ສຽງເພງບັນເລງໄປທົ່ວປ່າ ພາຍໃນຮົ່ມເງົາໝູ່ໄມ້ຍາມນັ້ນ ໂຢເຊັບຫາພຣະຜູ້ເປັນເຈົ້າ ພາຍໃນຮົ່ມເງົາໝູ່ໄມ້ຍາມນັ້ນ ໂຢເຊັບຫາພຣະຜູ້ເປັນເຈົ້າ

2. ຄຸເຂົ່າຖ່ອມຕົວວິງວອນສຸດໃຈ ເປັນຄັ້ງແລກເຂົາເປັ່ງຄຳວອນ ເມື່ອອຳນາດຂອງບາບມາທຳລາຍ ເຮັດໃຫ້ເຂົາສິ້ນຫວັງແນ່ນອນ ແຕ່ເຂົາບໍ່ທໍ້ຖອຍຄົງວາງໃຈ ໃນອົງພຣະບິດາສະຫວັນ ແຕ່ເຂົາບໍ່ທໍ້ຖອຍຄົງວາງໃຈ ໃນອົງພຣະບິດາສະຫວັນ

3. ທັນໃດແສງສະຫວ່າງເລື່ອນລົງມາ ຈັດຈ້າກວ່າແສງສຸລິຍາ ແລະລຳແສງພຸ່ງຮຸ່ງໂລດຈະນາ ສ່ອງຕ້ອງເຂົາພລາງພາຍເຈີດຈ້າ ສອງອົງປາກົດຕໍ່ໃນນະພາ ຄືພຣະບຸດແລະພຣະບິດາ ສອງອົງປາກົດຕໍ່ໃນນະພາ ຄືພຣະບຸດແລະພຣະບິດາ

4. ໂຢເຊັບນີ້ຄືທີ່ຮັກຂອງເຮົາ ຈົ່ງຟັງທ່ານຄຳນີ້ແສນຫວານ ຄຳສວດຂອງໂຢເຊັບໄດ້ຮັບຕອບ ແລະເຂົາຕັ້ງໃຈຟັງພຣະເຈົ້າ ໂອດວງໃຈເຂົາຫລົງໄຫລເລືອນລາ ເພາະເຂົາເຫັນພຣະຜູ້ເປັນເຈົ້າ ໂອດວງໃຈເຂົາຫລົງໄຫລເລືອນລາ ເພາະເຂົາເຫັນພຣະຜູ້ເປັນເຈົ້າ