1. ປັນຍາແລະຄວາມຮັກຍິ່ງໃຫຍ່ມາ ທຽບຢູ່ໃນທີ່ສູງລົ້ນ ສົ່ງພຣະຜູ້ຊ່ວຍໃຫ້ລອດລົງມາ ທົນເຈັບຫລັ່ງເລືອດສິ້ນຊົນ
2. ໂລຫິດລ້ຳຄ່າພຣະອົງຫລັ່ງໃຫ້ ອີກທັ້ງຊີວັນຍອມຕາຍ ຖວາຍບູຊາເພື່ອຜູ້ມີບາບລົ້ນ ເພື່ອຊ່ວຍໂລກລອດຊີບວາຍ
3. ໂດຍເຊື່ອຟັງພຣະເຢຊູຊະນະ ຣາງວັນເຣື່ອງບາລາມີ “ພຣະປະສົງພຣະອົງບໍ່ແມ່ນຂ້າ” ຊົ່ວການທີ່ມີຊີວີ
4. ພຣະອັງບອກທາງເດີນນຳທາງນັ້ນ ແລະຊີ້ແຈງຈຸດນານາ ສູ່ແສງແລະຊີວີແລະນິຣັນ ເບື້ອງພຣະພັກເທິງເຈີດຈ້າ
5. ໃນຄວາມສຳນຶກເຖິງກາຍເນື້ອໜັງ ເຮົາກິນຂະໜົມປັງນີ້ ດື່ມນ້ຳເປັນພະຍານເຖິງໂລຫິດ ສັດທາເຮົາໃນພຣະຄຣິສ
6. ຊ່າງຮຸ່ງໂຣດສົມບູນແລະຍິ່ງໃຫຍ່ ໂອ້ແຜນງານແຫ່ງການໄຖ່ ຊຶ່ງຄວາມທ່ຽງທັມຄວາມຮັກເມຕາ ປະສານປອງດອງເມືອງຟ້າ