Book cover

ຄັ້ງນຶ່ງ ເຢຊູເກີດຕ່ຳຕ້ອຍ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໒໒


1. ຄັ້ງນຶ່ງເຢຊູເກີດຕ່ຳຕ້ອຍ ບັດນີ້ຊົງລົງມາເພື່ອຊ່ອຍ ຄັ້ງນຶ່ງທົນທໍຣະມານ ບັດນີ້ມາຄອງໂລກຕະການ ບັດນີ້ມາຄອງໂລກຕະການ

2. ຄັ້ງນຶ່ງເປັນແກະຕ່ຳຕ້ອຍໜາ ບັດນີ້ຄືພຣະເຢໂຮວາ ຄັ້ງນຶ່ງສະຫລົບເທິງກາງແຂນ ບັດນີ້ຣາຊໂອຣົດສຸກແສນ ບັດນີ້ຣາຊໂອຣົດສຸກແສນ

3. ຄັ້ງນຶ່ງຄາງໃນເລືອດນ້ຳຕາ ບັດນີ້ເຣືອງສີລິເດຊາ ຄັ້ງນຶ່ງຄົນຂອງພຣະປະປ່ອຍ ບັດນີ້ເປັນຣາຊາຊື່ນຊ້ອຍ ບັດນີ້ເປັນຣາຊາຊື່ນຊ້ອຍ

4. ຄັ້ງນຶ່ງຖືກປະປ່ອຍດຽວດາຍ ບັດນີ້ຄອງບັນລັງແສງສາຍ ຄັ້ງນຶ່ງຮັບແຕ່ຄວາມຕ່ຳໃຈ ບັດນີ້ບໍ່ຕ້ອງທົນຕໍ່ໄປ ບັດນີ້ບໍ່ຕ້ອງທົນຕໍ່ໄປ