Book cover

ພຣະຜູ້ຊ່ວຍດ້ວຍຄວາມຖ່ອມ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໒໘


1. ພຣະຜູ້ຊ່ວຍດ້ວຍຄວາມຖ່ອມຂອງເຮົາ ຂໍພຣະວິນຍານເນົາປະຈຳ ເມື່ອເຮົາສວດຂະໜົມປັງແລະນ້ຳ ໃນພຣະນາມອັນສັກສິດນີ້ ໃຫ້ຂ້າຈົດຈຳວ່າເພື່ອຂ້າໂອ ພຣະຫລັ່ງໂລຫິດສິ້ນຊີວີ ເມື່ອອົງພຣະທັຍສິ້ນສະຫລາຍ ທີ່ຄາວາລີເທິງໄມ້ກາງແຂນ

2. ຕື່ມດວງຈິດເຮົາດ້ວຍການອະພັຍ ສອນໃຫ້ເຮົາອົດທົນແລະຮັກ ໃຫ້ຄຳວອນເຖິງພຣະທີ່ສຳນັກ ອັນສັກສິດເບື້ອງເທິງສະຫວັນ ເມື່ອເຮົາພິສູດຕົນມີຄຸນຄ່າ ຕໍ່ການສະລະຊີບຊີວັນ ໃຫ້ເຮົາໄດ້ຢູ່ກັບພຣະອີກ ໂປດໃຫ້ສີລິອ້ອມເຮົາສົ່ງແສງ