Book cover

ບອກມາ ສັດຈະຄືຫຍັງ?

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໓໔


0:00 0:00
Introduction
All Verses

1. ສັດຈະແມ່ນຄືຫຍັງ? ໂອຄືນິນຈິນດາຄຸນຄ່າຫລາຍລົ້ນສະກົນໂລກສ້າງມາແລະສັດຈະຈະດີເລີດປະເສີດລ້ຳຄຸນຄ່າເມື່ອມະຫາມົງກຸດເລືອງລັດຂອງກະສັດຊົງໄຊນັ້ນທຽບໄດ້ພຽງແຕ່ເທົ່າກັບເມັດງາ

2. ສັດຈະແມ່ນຄືຫຍັງ? ໂອຄືຣາງວັນເລີດປະເສີດສຸດມະນຸດແລະພຣະເຈົ້າປອງໄປຫາໃນເບື້ອງລ່າງທີ່ມັນພາງພາວແສງທອງຫລືຂຶ້ນສ່ອງຫາໃນນະພາວິໄລກວ້າງໄກສຸດນີ້ເປັນຈຸດປາດຖະໜາສະງ່າຍິ່ງ

3. ທໍລະລາດອາດສູນທ່າເມື່ອພາຍຸແຮງລົມແຫ່ງຄວາມຍຸຕິທັມພັດກະນ່ຳແຕ່ວ່າເສົາສັດຈະຈະທົນເຖິງທີ່ສຸດປະຈຳແລະປ້ອມກຳບັງຍັງຄົງຍົງຢືນເໜືອລົມພະລັງແລະຄວາມຫວັງພັງຫີນຂອງທໍລະລາດ

4. ສັດຈະແມ່ນຄືຫຍັງ? ໂອຄືທີ່ຕົ້ນແລະປາຍວັນສຸດທ້າຍໃກ້ເຂົ້າມາທຸກນາທີແມ້ວ່າໂລກຈາກລັບລາແລະສະຫວັນຫັນລັບຕາແຕ່ສັດຈະບໍ່ຜັນປ່ຽນໄປຍັງຄົງຢູ່ຄູ່ການເນີນນານຊົ່ວນິດນິຣັນບໍ່ຜັນປ່ຽນ