Book cover

ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໔໒


0:00 0:00
Introduction
All Verses

1. ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນຂໍ້ຄວາມແສນຫວານນີ້ຊ່າງປອບໂຍນພຣະຊົງຊົນຜູ້ຄັ້ງນຶ່ງດັບວາຍພຣະຊົງຊົນຢູ່ເພື່ອເຮົາສະບາຍພຣະຊົງຊົນເພື່ອໃຫ້ຮັກແກ່ເຮົາພຣະຊົງຊົນເພື່ອອ້ອນວອນເພື່ອເຮົາພຣະຊົງຊົນເພື່ອປ້ອນວິນຍານໂຫຍພຣະຊົງຊົນເພື່ອຊ່ວຍຍາມແຮງໂຮຍ

2. ພຣະຊົງຊົນເພື່ອເຮົາມີເຫລືອແຫລ່ພຣະຊົງຊົນເພື່ອຄຸ້ມຄອງດູແລພຣະຊົງຊົນເພື່ອປອບຍາມເໝື່ອຍອ່ອນພຣະຊົງຊົນເພື່ອຟັງເຮົາວິງວອນພຣະຊົງຊົນເພື່ອຄວາມຢ້ານມະລາຍພຣະຊົງຊົນເຊັດນ້ຳຕາແຫ້ງຫາຍພຣະຊົງຊົນເພື່ອຄວາມທຸກໃນຊວງພຣະຊົງຊົນເພື່ອໃຫ້ພອນທັງປວງ

3. ພຣະຊົງຊົນເພື່ອເປັນເພື່ອນສະຫວັນພຣະຊົງຊົນແລະຮັກເຮົານິຣັນພຣະຊົງຊົນເຮົາຈະຮ້ອງໂຮວ່າພຣະຊົງຊົນເພື່ອສາດສະດາຣາຊາພຣະຊົງຊົນໃຫ້ເຮົາມີລົມໃຈພຣະຊົງຊົນເຮົາຈະພົ້ນຄວາມຕາຍພຣະຊົງຊົນເພື່ອຕຽມບ້ານໃຫ້ເຮົາພຣະຊົງຊົນເພື່ອນຳເຮົາເຖິງນັ້ນ

4. ພຣະຊົງຊົນເຮົາສັນເສີນນາມນັ້ນພຣະຊົງຊົນພຣະຜູ້ຊ່ວຍດຽວກັນໂອ້ຂໍ້ຄວາມຫວານນີ້ແສນສຸກລົ້ນ“ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ”ພຣະຊົງຊົນສີລິແດ່ນາມນັ້ນພຣະຊົງຊົນພຣະຜູ້ຊ່ວຍດຽວກັນໂອ້ຂໍ້ຄວາມຫວານນີ້ແສນສຸກລົ້ນ“ເຮົາຮູ້ພຮະຜູ້ໄຖ່ຊົງພຣະຊົນ”