1. ສັນເສີນບຸຣຸດຜູ້ຕິດຕໍ່ພຣະເຢໂຮວາ ພຣະເຢຊູເຈີມສາດສະດາພະຍາກອນ ຮັບພອນໄດ້ເປີດສະໝັຍການປະທານສຸດທ້າຍ ກະສັດຖະຫວາຍກຽດທ່ານຊົນຊາດວັນທາ
ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້ ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ
2. ສັນເສີນແດ່ຄວາມຈຳທ່ານສິ້ນຊີບຊີວັນໄປ ຂໍໃຫ້ນາມທ່ານມີກຽດໄກໄປຊົ່ວນິດ ໂລຫິດທີ່ຫລັ່ງໂດຍຄາດຕະກອນຈະລາຍງານ ບອກຕໍ່ສະຫວັນເມື່ອໂລກນັ້ນສັນເສີນນາມ
ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້ ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ
3. ສິລິແລະຖານະປະໂລຫິດທ່ານຍິ່ງໃຫຍ່ ຕະຫລອດໄປຊົ່ວການທ່ານຈະຖືກະແຈ ໂດຍສັດທາແທ້ທ່ານຈະເຂົ້າໃນອານາຈັກ ສຳນັກທ່າມກາງສາດສະດາຄັ້ງໂບຮານ
ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້ ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ
4. ການເສັຽສະລະນຳມາຊຶ່ງພອນຈາກສະຫວັນ ໂລກຈະຕ້ອງຊົດໃຊ້ໂລຫິດບຸຣຸດນັ້ນ ໂລກຜັນຕື່ນມາຮັບຮູ້ຄວາມອະຍຸຕິທັມ ຄົນນັບລ້ານຈະຈຳຮູ້ຈັກໂຢເຊັບອີກ