Book cover

ເຮົາຄິດເມື່ອເຮົາອ່ານເລືອງແສນຫວານນັ້ນ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໖໖


1. ເຮົາຄິດເມື່ອເຮົາອ່ານເຣື່ອງແສນຫວານເກົ່າແກ່ນັ້ນ ເຖິງເມື່ອວັນເຢຊູຢູ່ເທິງໂລກ ຕອນພຣະອົງຊົງຮຽກເອີ້ນເດັກດັ່ງແກະເອີ້ນລູກມັນ ເຮົາແສນຢາກຢູ່ນຳພຣະອົງທີ່ນັ້ນ

2. ເຮົາຝັນວ່າພຣະຫັດວາງຢູ່ເທິງຫົວຂອງເຮົາ ວ່າອ້ອມແຂນຂອງພຣະອົງກອດເຮົາໄວ້ ວ່າເຮົາເຫັນເຖິງຄວາມຮັກຈາກພຣະຄຳແສນເບົາ ວ່າ “ປ່ອຍໃຫ້ເດັກນ້ອຍເຂົ້າມາຫາເຮົາ”

3. ແຕ່ໃຕ້ພຣະບາດເຮົາອະທິຖານຢ່າງບາກບັ່ນ ແລະຂໍແບ່ງປັນຄວາມຮັກຂອງພຣະອົງ ແລະວ່າຖ້າເຮົາສະແຫວງຫາພຣະອົງທຸກວັນ ເຮົາຈະເຫັນຍິນພຣະອົງໃນສະຫວັນ