Book cover

ແສນຫວານງານເລີດ

ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ໑໓


1. ແສນຫວານງານເລີດຂໍເທີດກະສັດ ສັນເສີນພຣະນາມແລະຂອບພຣະທັຍ ຊົງໃຫ້ຄວາມຮັກດ້ວຍແສງຍາມເຊົ້າ ແລະກ່າວວາຈາໃນລາຕີການ

2. ແສນຫວານວັນພັກຜ່ອນອັນສັກສິດ ບໍ່ຄິດກັງວົນເຣື່ອງຣາວທັງປວງ ຂໍນ້ອມນຳດວງຈິດຮ່ວມບັນເລງ ເຫມືອນເພງດາວິດປະສານສຽງພິນ

3. ດວງໃຈຂ້າມີໄຊໃນພຣະເຈົ້າ ແລະເຝົ້າອ້ອມຮອບງານແລະພຣະຄຳ ງານພຣະຄຸນລ້ຳສ່ອງແສງຈືດຈ້າ ວາຈາແນະນຳສຸດແສນສັກສິດ

4. ຂ້າຕັ້ງໃຈນ້ອມຖະຫວາຍສັນເສີນ ນາມຂອງພຣະອົງຊົ່ວການເວລາ ໃນອານາຈັກແຫ່ງຄວາມຮົ່ມເຢັນ ຂ້າເຫັນພຣະພັກປ່ຽມດ້ວຍຍິນດີ

5. ບາບເຄີຍເປັນສັດຕູຮ້າຍຂອງຂ້າ ຈະບໍ່ມາກວນທັງຕາແລະຫູ ສັດຕູໃນໃຈຂ້າຈະຖືກປະຫານ ຊາຕານບໍ່ອາດຜານສັນຕິອີກ

6. ແລ້ວຂ້າເຫັນໄດ້ຍິນແລະຮູ້ ໝູ່ຄວາມຫວັງຂ້າເຄີຍປອງໃນຫລ້າ ບັນດາອຳນາດຖືກນຳໄປໃຫ້ ໃນໂລກນິຣັນແຫ່ງຄວາມຊື່ນບານ