Page ໑໓
ແສນຫວານງານເລີດ
ແສນຫວານງານເລີດ
1. ແສນຫວານງານເລີດຂໍເທີດກະສັດສັນເສີນພຣະນາມແລະຂອບພຣະທັຍຊົງໃຫ້ຄວາມຮັກດ້ວຍແສງຍາມເຊົ້າແລະກ່າວວາຈາໃນລາຕີການ
2. ແສນຫວານວັນພັກຜ່ອນອັນສັກສິດບໍ່ຄິດກັງວົນເຣື່ອງຣາວທັງປວງຂໍນ້ອມນຳດວງຈິດຮ່ວມບັນເລງເຫມືອນເພງດາວິດປະສານສຽງພິນ
3. ດວງໃຈຂ້າມີໄຊໃນພຣະເຈົ້າແລະເຝົ້າອ້ອມຮອບງານແລະພຣະຄຳງານພຣະຄຸນລ້ຳສ່ອງແສງຈືດຈ້າວາຈາແນະນຳສຸດແສນສັກສິດ
4. ຂ້າຕັ້ງໃຈນ້ອມຖະຫວາຍສັນເສີນນາມຂອງພຣະອົງຊົ່ວການເວລາໃນອານາຈັກແຫ່ງຄວາມຮົ່ມເຢັນຂ້າເຫັນພຣະພັກປ່ຽມດ້ວຍຍິນດີ
5. ບາບເຄີຍເປັນສັດຕູຮ້າຍຂອງຂ້າຈະບໍ່ມາກວນທັງຕາແລະຫູສັດຕູໃນໃຈຂ້າຈະຖືກປະຫານຊາຕານບໍ່ອາດຜານສັນຕິອີກ
6. ແລ້ວຂ້າເຫັນໄດ້ຍິນແລະຮູ້ໝູ່ຄວາມຫວັງຂ້າເຄີຍປອງໃນຫລ້າບັນດາອຳນາດຖືກນຳໄປໃຫ້ໃນໂລກນິຣັນແຫ່ງຄວາມຊື່ນບານ
ເນື້ອຮ້ອງ: ອີຊາກ ວັດ, ໑໖໗໔–໑໗໔໘
ທຳນອງ: ຈອນ ເຈ ມິກຄະລີແລນ, ໑໘໗໔–໑໙໒໕