1. ຂ້າເຝົ້າພິສະຫວົງຕໍ່ຄວາມຮັກພຣະເຢຊູໃຫ້ຂ້າ ທັງງົງງັນຕໍ່ພຣະຄຸນຄວາມດີທີ່ພຣະອົງປະທານ ຂ້າສະທ້ານກາຍຍາເມື່ອຮູ້ວ່າພຣະອົງຄຶງເພື່ອຂ້າ ແລະເພື່ອຂ້າຄົນບາບພຣະອົງທົນທຸກຫລັ່ງເລືອດແລະຕາຍ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ ແມ້ວາຍຊີວັນຊົງຍອມ ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ
2. ຂ້າແປກໃຈເຫດໃດພຣະອົງລາຈາກບັນລັງລົງມາ ເພື່ອຊ່ວຍເຫລືອວິນຍານທໍຣະຍົດແລະເຍີ້ຫຍິ່ງຢ່າງຂ້າ ທີ່ແບ່ງປັນຮັກລົ້ນໃຫ້ກັບຄົນເໝືອນດັ່ງເຊັ່ນຕົວຂ້າ ພຣະອົງຊົງສາມາດເປັນເຈົ້າຂອງແລະໄຖ່ແລະຮັບຮອງ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ ແມ້ວາຍຊີວັນຊົງຍອມ ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ
3. ຂ້ານຶກເຖິງພຣະຫັດທີ່ຖືກແທງເລືອດໄຫລເພື່ອໄຖ່ຂ້າ ພຣະຄຸນແລະຮັກນັ້ນແລະຂອງບູຊາຂ້າລືມໄ້ດບໍ່? ບໍ່ບໍ່ຂ້າຈະສັນເສີນບູຊາເທິງແທ່ນກະຣຸນາ ຈົນກວ່າເຖິງບັນລັງລາວັນເມື່ອຂ້າຄຸນົບພຣະບາດ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ ແມ້ວາຍຊີວັນຊົງຍອມ ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ