1. ຂ້າເຝົ້າພິສະຫວົງຕໍ່ຄວາມຮັກພຣະເຢຊູໃຫ້ຂ້າ
ທັງງົງງັນຕໍ່ພຣະຄຸນຄວາມດີທີ່ພຣະອົງປະທານ
ຂ້າສະທ້ານກາຍຍາເມື່ອຮູ້ວ່າພຣະອົງຄຶງເພື່ອຂ້າ
ແລະເພື່ອຂ້າຄົນບາບພຣະອົງທົນທຸກຫລັ່ງເລືອດແລະຕາຍ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ
ແມ້ວາຍຊີວັນຊົງຍອມ
ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ
2. ຂ້າແປກໃຈເຫດໃດພຣະອົງລາຈາກບັນລັງລົງມາ
ເພື່ອຊ່ວຍເຫລືອວິນຍານທໍຣະຍົດແລະເຍີ້ຫຍິ່ງຢ່າງຂ້າ
ທີ່ແບ່ງປັນຮັກລົ້ນໃຫ້ກັບຄົນເໝືອນດັ່ງເຊັ່ນຕົວຂ້າ
ພຣະອົງຊົງສາມາດເປັນເຈົ້າຂອງແລະໄຖ່ແລະຮັບຮອງ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ
ແມ້ວາຍຊີວັນຊົງຍອມ
ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ
3. ຂ້ານຶກເຖິງພຣະຫັດທີ່ຖືກແທງເລືອດໄຫລເພື່ອໄຖ່ຂ້າ
ພຣະຄຸນແລະຮັກນັ້ນແລະຂອງບູຊາຂ້າລືມໄ້ດບໍ່?
ບໍ່ບໍ່ຂ້າຈະສັນເສີນບູຊາເທິງແທ່ນກະຣຸນາ
ຈົນກວ່າເຖິງບັນລັງລາວັນເມື່ອຂ້າຄຸນົບພຣະບາດ
ໂອ້ຊ່າງແສນອັດສະຈັນພຣະອົງຊົງຫ່ວງໄຍຂ້າ
ແມ້ວາຍຊີວັນຊົງຍອມ
ໂອ້ຊ່າງແສນອັດສະຈັນອັດສະຈັນຕໍ່ຂ້າ