1. ກ່ອນເຈົ້າຈະອອກຈາກຫ້ອງເຊົ້ານີ້ ອະທິຖານແລ້ວບໍ່? ໃນນາມພຣະຄຣິດພຣະຜູ້ຊ່ວຍເຮົາ ເຈົ້າຂໍພຣະປະທານຮັກເມດຕາ ເພື່ອປົກປ້ອງຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ ຈະປ່ຽນຣາຕຣີເປັນອາຣຸນ ເມື່ອຊີວິດມືດມົນແລະລຳບາກ ຢ່າລືມອະທິຖານ
2. ເມື່ອດວງໃຈມົວເມົາດ້ວຍຄວາມຮ້າຍ ອະທິຖານແລ້ວບໍ່? ເຈົ້າວອນຂໍພຣະປະທານພຣະຄຸນ ເພື່ອເຈົ້າຈະອະພັຍກັນແລະກັນ ເມື່ອຂວາງທາງຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ ຈະປ່ຽນຣາຕຣີເປັນອາຣຸນ ເມື່ອຊີວິດມືດມົນແລະລຳບາກ ຢ່າລືມອະທິຖານ
3. ເມື່ອຄວາມຍາກລຳບາກມາລອງເຈົ້າ ອະທິຖານແລ້ວບໍ່? ເມື່ອຈິດວິນຍານເຈົ້າປ່ຽນໂສກສັນ ຢາແຫ່ງກິເລອາດເຈົ້າໃຊ້ມັນ ໃນຍາມເຊົ້າຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ ຈະປ່ຽນຣາຕຣີເປັນອາຣຸນ ເມື່ອຊີວິດມືດມົນແລະລຳບາກ ຢ່າລືມອະທິຖານ