1. ກ່ອນເຈົ້າຈະອອກຈາກຫ້ອງເຊົ້ານີ້
ອະທິຖານແລ້ວບໍ່?
ໃນນາມພຣະຄຣິດພຣະຜູ້ຊ່ວຍເຮົາ
ເຈົ້າຂໍພຣະປະທານຮັກເມດຕາ
ເພື່ອປົກປ້ອງຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ
ຈະປ່ຽນຣາຕຣີເປັນອາຣຸນ
ເມື່ອຊີວິດມືດມົນແລະລຳບາກ
ຢ່າລືມອະທິຖານ
2. ເມື່ອດວງໃຈມົວເມົາດ້ວຍຄວາມຮ້າຍ
ອະທິຖານແລ້ວບໍ່?
ເຈົ້າວອນຂໍພຣະປະທານພຣະຄຸນ
ເພື່ອເຈົ້າຈະອະພັຍກັນແລະກັນ
ເມື່ອຂວາງທາງຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ
ຈະປ່ຽນຣາຕຣີເປັນອາຣຸນ
ເມື່ອຊີວິດມືດມົນແລະລຳບາກ
ຢ່າລືມອະທິຖານ
3. ເມື່ອຄວາມຍາກລຳບາກມາລອງເຈົ້າ
ອະທິຖານແລ້ວບໍ່?
ເມື່ອຈິດວິນຍານເຈົ້າປ່ຽນໂສກສັນ
ຢາແຫ່ງກິເລອາດເຈົ້າໃຊ້ມັນ
ໃນຍາມເຊົ້າຫລືບໍ່?
ອະທິຖານບັນເທົາຄວາມເມື່ອຍຍາກ
ຈະປ່ຽນຣາຕຣີເປັນອາຣຸນ
ເມື່ອຊີວິດມືດມົນແລະລຳບາກ
ຢ່າລືມອະທິຖານ
ເນື້ອຮ້ອງ: ແມຣີ ເອ ເພບເພີ ຄິດເດີ, ໑໘໒໐–໑໙໐໕
ທຳນອງ: ວິລຽມ ໂອ ເພີກີນ, ໑໘໓໑–໑໙໐໒