Page ໗໒
ສອນເຮົາຍ່າງໃນແສງ
ສອນເຮົາຍ່າງໃນແສງ
1. ສອນເຮົາຍ່າງໃນແສງຄວາມຮັກຂອງພຣະອົງ
ສອນເຮົາໃຫ້ສວດເຖິງພຣະບິດາສະຫວັນ
ສອນເຮົາໃຫ້ຮູ້ສິ່ງຖືກຕ້ອງສາລະພັນ
ສອນເຮົາສອນເຮົາເພື່ອໃຫ້ຍ່າງໃນແສງ
2. ມາເຖີດເດັກນ້ອຍເຮົາຈະຮ່ວມຮຽນດ້ວຍກົນ
ເຖິງພຣະບັນຍັດເພື່ອເຮົາຈະໄດ້ຫວນຄືນ
ສູ່ທີ່ປະທັບໃນເບື້ອງບົນຢ່າງສົດຊື່ນ
ສະເມີສະເມີທີ່ຈະຍ່າງໃນແສງ
3. ພຣະບິດາສະຫວັນວັນນີ້ເຮົາຮ່ວມໃຈ
ຂອບພຣະທັຍສຳລັບການຊີ້ນຳທຸກວັນ
ເຮົາຊາບຊຶ້ງຈຶ່ງສັນເສີນດ້ວຍເພງລຳພັນ
ຍິນດີຍິນດີເຮົາຈະຍ່າງໃນແສງ
ເນື້ອຮ້ອງແລະທຳນອງ: ຄາລາ ດັບເບິນຢູ ມິກແມດສະເຕີ, ເກີດ ໑໙໐໔. © ໑໙໕໘ IRI