1. ສິດທິຊົນມາຢ່າຢ້ານງານຫນັກແບບໃດ
ດຳເນີນຕໍ່ໂດຍສຸກໃຈ
ແມ້ການເດີນທາງລຳບາກແກ່ທ່ານທັງຫລາຍ
ພຣະກາລຸນຈະຢູ່ໃກ້
ໃຫ້ພະຍາຍາມກຳຈັດກັງວົນ
ເປັນປະໂຫຍດກວ່າການວິຕົກທຸກຮ້ອນ
ຫົວໃຈຈະເບີກບານເພາະຄຳນີ້
ທຸກຢ່າງດີທຸກຢ່າງດີ
2. ເປັນຫຍັງຈະໂສກຄິດວ່າພາລະເຮົາຫນັກ?
ບໍ່ແມ່ນເລີຍທຸກຢ່າງດີ
ບໍ່ແມ່ນຄາດວ່າຈະມີຣາງວັນປະເສີດ
ຖ້າດຽວນີ້ຫລີກຕໍ່ສູ້
ຕຽມຕົວຂອງທ່ານຈົ່ງກ້າຫານຫລາຍ
ພຣະຜູ້ເປັນເຈົ້າຈະໃຫ້ທ່ານສະບາຍ
ບໍ່ຊ້າພວກເຮົາຈະເລົ່າຄຳນີ້
ທຸກຢ່າງດີທຸກຢ່າງດີ
3. ເຮົາຈະພົບແຫລ່ງທີ່ອົງພຣະເຈົ້າຕຽມໄວ້
ໄກໄປທາງຕາເວັນຕົກ
ທີ່ບໍ່ມີໃຜເຮັດໃຫ້ຢ້ານຫລືຮຸກຮານ
ເຮົາຈະຮັບພອນສຸກຂີ
ສຽງເຮົາຈະຮ້ອງໄປໃນທ້ອງຟ້າ
ໂຮຮ້ອງສັນເສີນຕໍ່ອົງພຣະບິດາ
ນອກເຫນືອຈາກນັ້ນກ່າວຖ້ອຍຄຳນີ້
ທຸກຢ່າງດີທຸກຢ່າງດີ
4. ຫາກວ່າເຮົາຕາຍກ່ອນການເດີນທາງສຳເຣັດ
ວັນແສນສຸກທຸກຢ່າງດີ
ເຮົາກໍຈະພົ້ນຈາກຄວາມເສົ້າຄວາມເມື່ອຍອ່ອນ
ຈະຢູ່ກັບຄົນທ່ຽງທັມ
ແຕ່ຫາກເຮົາມີຊີວິດຕໍ່ໄປ
ເຫັນສິດທິຊົນໄດ້ພົບທີ່ອາສັຍ
ໂອ້ເຮົາຈະຮ້ອງພ້ອມກັນອີກທີ
ທຸກຢ່າງດີທຸກຢ່າງດີ
ເນື້ອຮ້ອງ: ວິລຽມ ຄະເລຕັນ, ໑໘໑໔–໑໘໗໙
ທຳນອງ: ເພງພື້ນເມືອງອັງກິດ