1. ເມື່ອຄວາມທຸກລຳບາກເກີດຂຶ້ນແກ່ທ່ານເມື່ອໃດ
ເມື່ອທ່ານທໍ້ແທ້ໃຈຄິດວ່າທຸກຢ່າງມະລາຍ
ມານັບພຣະພອນຂອງທ່ານນັບເບິ່ງເທື່ອລະອັນ
ທ່ານຈະແປກໃຈໃນສິ່ງທີ່ພຣະເຈົ້າກະທຳ
ນັບພຣະພອນຂອງທ່ານເບິ່ງທີ່ລະອັນ
ນັບພຣະພອນເບິ່ງສິ່ງພຣະເຈົ້າກະທຳ
ນັບພຣະພອນນັ້ນນັບເບິ່ງທີ່ລະອັນ
ນັບພຣະພອນຂອງທ່ານເບິ່ງສິ່ງພຣະເຈົ້າກະທຳ
2. ທ່ານເຄີຍອິດເມື່ອຍກັບພາລະມາກມາຍຫລືບໍ່?
ກາງແຂນນັ້ນເບິ່ງໜັກເກີນກວ່າທ່ານແບກໄດ້ບໍ່?
ນັບພຣະພອນຂອງທ່ານເບິ່ງແລ້ວຈະໝົດສົງສັຍ
ແລະທ່ານຈະຮ້ອງເພງໄປຈົນຕະຫລອດສິ້ນການ
ນັບພຣະພອນຂອງທ່ານເບິ່ງທີ່ລະອັນ
ນັບພຣະພອນເບິ່ງສິ່ງພຣະເຈົ້າກະທຳ
ນັບພຣະພອນນັ້ນນັບເບິ່ງທີ່ລະອັນ
ນັບພຣະພອນຂອງທ່ານເບິ່ງສິ່ງພຣະເຈົ້າກະທຳ
3. ເມື່ອທ່ານເຫັນຄົນອື່ນມີຊັບສົມບັດມາກມາຍ
ຈົ່ງຄິດວ່າພຣະຄຣິດສັນຍາສົມບັດເຫລືອຫລາຍ
ນັບພຣະພອນຂອງທ່ານຊຶ່ງເງິນທອງຊື້ບໍ່ໄດ້
ຣາງວັນໃນສະຫວັນແລະບ້ານທ່ານໃນຂ້າງເທິງ
ນັບພຣະພອນຂອງທ່ານເບິ່ງທີ່ລະອັນ
ນັບພຣະພອນເບິ່ງສິ່ງພຣະເຈົ້າກະທຳ
ນັບພຣະພອນນັ້ນນັບເບິ່ງທີ່ລະອັນ
ນັບພຣະພອນຂອງທ່ານເບິ່ງສິ່ງພຣະເຈົ້າກະທຳ
4. ເມື່ອຢູ່ໃນການຕໍ່ສູ້ບໍ່ວ່ານ້ອຍຫລືໃຫຍ່
ຢ່າທໍ້ຖອຍອ່ອນໃຈພຣະຜູ້ເປັນເຈົ້າຢູ່ໃກ້
ນັບພຣະພອນຂອງທ່ານຊຶ່ງຖວາຍທູດຈະຢູ່ນຳ
ຊ່ວຍເຫລືອປອບໂຍນທ່ານຈົນການເດີນທາງສິ້ນສຸດ
ນັບພຣະພອນຂອງທ່ານເບິ່ງທີ່ລະອັນ
ນັບພຣະພອນເບິ່ງສິ່ງພຣະເຈົ້າກະທຳ
ນັບພຣະພອນນັ້ນນັບເບິ່ງທີ່ລະອັນ
ນັບພຣະພອນຂອງທ່ານເບິ່ງສິ່ງພຣະເຈົ້າກະທຳ
ເນື້ອຮ້ອງ: ຈອນສັນ ໂອດແມນ, ຈູເນັຽ, ໑໘໕໖–໑໙໒໒
ທຳນອງ: ເອດວິນ ໂອ ເອກແຊວ, ໑໘໕໑–໑໙໒໑