1. ຂໍໃຫ້ເຣົາເດີນໄປໃນການງານຂອງພຣະເຈົ້າ
ເມື່ອຊີບເຣົາໝົດໄປກໍຈະໄດ້ຮັບຣາງວັນ
ໃຫ້ເຮົາໝັ່ນແກ່ງດາບປາບປາມເພື່ອຄວາມດີ
ດາບນີ້ຄືດາບຊັດຈິງ
ຢ່າຢ້ານແມ້ສັດຕູກ່າວປະນາມລົງ
ຈົ່ງກ້າເພາະວ່າພຣະເຈົ້າຢູ່ຂ້າງເຮົາ
ຫູຢ່າເບົາເຊື່ອເມື່ອຄົນຊົ່ວອາດເວົ້າບອກເຮົາ
ແຕ່ພຣະເຈົ້າເທົ່ານັ້ນເຮົາຈະເຊື່ອຟັງ
2. ເຮົາບໍ່ທໍ້ຖອຍເຖິງແມ່ນຈຳນວນຂອງເຮົານ້ອຍເຫລືອ
ເມື່ອທຽບກັບໄພ່ພົນມາກລົ້ນຂອງຝ່າຍກົງກັນຂ້າມ
ແຕ່ອຳນາດລຶກລ້ຳຈະຄ້ຳເຈົ້າແລະເຮົາ
ໃນອຸດົມການທີ່ຊັດຈິງ
ຢ່າຢ້ານແມ້ສັດຕູກ່າວປະນາມລົງ
ຈົ່ງກ້າເພາະວ່າພຣະເຈົ້າຢູ່ຂ້າງເຮົາ
ຫູຢ່າເບົາເຊື່ອເມື່ອຄົນຊົ່ວອາດເວົ້າບອກເຮົາ
ແຕ່ພຣະເຈົ້າເທົ່ານັ້ນເຮົາຈະເຊື່ອຟັງ
3. ໃຫ້ເຮົາໝັ່ນແກ່ງດາບປາບປາມເພື່ອຄວາມດີ
ເພາະພຣະເຈົ້າຜູ້ຊ່ວຍຈະຢູ່ນຳຊົ່ວນິຣັນ
ໃນວັນໂສກເສົ້າອົງພຣະເຈົ້າຈະປອບໂຍນ
ເພີ້ມຜົນອຸດົມການຊັດຈິງ
ຢ່າຢ້ານແມ້ສັດຕູກ່າວປະນາມລົງ
ຈົ່ງກ້າເພາະວ່າພຣະເຈົ້າຢູ່ຂ້າງເຮົາ
ຫູຢ່າເບົາເຊື່ອເມື່ອຄົນຊົ່ວອາດເວົ້າບອກເຮົາ
ແຕ່ພຣະເຈົ້າເທົ່ານັ້ນເຮົາຈະເຊື່ອຟັງ