Page ໒໓
ພຣະບິດາ ໂປດຟັງເຮົາວອນ
ພຣະບິດາ ໂປດຟັງເຮົາວອນ
1. ພຣະບິດາໂປດຟັງເຮົາວອນ
ປະທານພອນວັນສັກສິດນີ້
ເມື່ອເຮົາຮັບເຄື່ອງໝາຍແທນທີ່
ເຮົາພັກທີ່ຄວາມຮັກພຣະຄຣິສ
2. ໂປດປະທານພຣະຄຸນເມືອງຟ້າ
ສາຍເມດຕາເທິງເຮົາດັ່ງຫວັງ
ເມື່ອເຮົາຮັບສ່ວນຂະໜົມປັງ
ຂໍພຣະຫລັ່ງພອນຮັບຮອງເຮົາ
3. ເມື່ອເຮົາດື່ມນ້ຳໃສສະອ້ານ
ຂໍວິນຍານພຣະສະຖິດໃກ້
ໂອພຣະເຈົ້າໂປດໃຫ້ອະພັຍ
ອວຍໄຊເຮົາພາກພຽນທຸກວັນ
ເນື້ອຮ້ອງ: ແອນນີ ພິນນອກມາລິນ, ໑໘໖໓–໑໙໓໕
ທຳນອງ: ຫລູຍ ເອັມ ໂກຊາ, ໑໘໒໙–໑໘໖໙; ດັດແປງໂດຍ ເອດວິນ ພີ ພາກເກີ້, ໑໘໓໖–໑໙໒໕