Page ໒໗
ເຮົາຮ້ອງສັນລະເສີນນາມເຢຊູເຈົ້າ
ເຮົາຮ້ອງສັນລະເສີນນາມເຢຊູເຈົ້າ
1. ເຮົາຮ້ອງສັນເສີນນາມເຢຊູເຈົ້າ
ແລະເຝົ້າຖະຫວາຍກຽດນ້ອມ
ຜູ້ຍອມຫລັ່ງເລືອດເທິງຄາວາລີ
ສິ້ນຊີວີເພື່ອເຮົາລອດ
2. ພຣະອົງຜ່ານປະຕູມໍຣະນາ
ນຳຄວາມລອດມາສູ່ເຮົາ
ພຣະອົງປ່າວຮ້ອງຄົນບາບຜິດໄປ
ໃຫ້ເຂົ້າຮ່ວມຊາວສະຫວັນ
3. ຊົງຍຶດກະແຈຂອງອະເວຈີ
ແລະຕີຫົວເຈົ້າງູຮ້າຍ
ສະຫລາຍປະຕູຄຸກໃຫ້ເປີດ
ອ້າປ່າຊ້າປົດປ່ອຍຄວາມຕາຍ
4. ເຂົ້າໜົມປັງແລະນ້ຳເຮົາຮັບນີ້ແທນ
ທໍຣະມານບາບລົ້ນສິດທິຊົນຮັບສ່ວນ
ເປັນພະຍານວ່າທ່ານຈົດຈຳພຣະອົງ
ເນື້ອຮ້ອງ: ຣິດເຈີດ ອາວຣິດ, ໑໘໑໕–໑໘໙໖
ທຳນອງ: ໂຢເຊັບ ໂຄສະເລັດ, ໑໘໕໐–໑໙໑໐