Page ໓໐
ພຣະວິນຍານພຣະເຈົ້າ
ພຣະວິນຍານພຣະເຈົ້າ
1. ພຣະວິນຍານພຣະເຈົ້າເໝືອນດັ່ງໄຟກຳລັງລຸກໄໝ້ລັດສະໝີແຫ່ງຍຸກສຸດທ້າຍເລີ່ມສ່ອງອອກມາພາບປາກົດແລະພອນຄັ້ງໂບຮານຫວນກັບມາໃໝ່ບັນດາທູດສະຫວັນລົງມາຢ້ຽມຢາມໂລກາ
ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະພຣະສີລິມີແດ່ພຣະອົງໃນທີ່ສູງສຸດຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ
2. ພຣະອົງຊົງຂະຫຍາຍຄວາມເຂົ້າໃຈຂອງສິດທິຊົນຟື້ນຟູຜູ້ພິພາກສາແລະອື່ນອື່ນເຊັ່ນກ່ອນຄວາມຮູ້ແລະພະລັງຂອງພຣະຜູ້ເປັນເຈົ້າແຜ່ໄປມ່ານປົກຄຸມພື້ນໂລກເລີ່ມເປີດຄາຍຂະຫຍາຍຈອນ
ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະພຣະສີລິມີແດ່ພຣະອົງໃນທີ່ສູງສຸດຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ
3. ເຮົາຈະຮ່ວມອະທິຖານໃນການຊຸມນຸມສັກສິດເພື່ອຂະຫຍາຍອານາຈັກສະຫວັນໃນໄພສານເພື່ອວ່າໂດຍສັດທາເຮົາຈະເລີ່ມຮັບຣາຊອານາພາບປາກົດພອນແລະສີລິພຣະເປັນເຈົ້ານັ້ນ
ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະພຣະສີລິມີແດ່ພຣະອົງໃນທີ່ສູງສຸດຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ
4. ເປັນສຸກພຽງໃດໃນວັນທີ່ສິງແລະລູກແກະນັ້ນຈະນອນລົງດ້ວຍກັນໂດຍບໍ່ມີເຣື່ອງຂັດໃຈແລະເອຟາອິມຄອງມົງກຸດດ້ວຍພອນໃນຊີໂອນເມື່ອພຣະເຢຊູສະເດັດໂດຍຣາຊລົດແຫ່ງໄຟ
ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະພຣະສີລິມີແດ່ພຣະອົງໃນທີ່ສູງສຸດຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ
ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒. ຮ້ອງໃນການອຸທິດພຣະວິຫານເຄີດແລນ ໃນປີ ໑໘໓໖.
ທຳນອງ: ບໍ່ບອກຊື່; ປະມານ ໑໘໔໔