Page ໓໒
ສູງຂຶ້ນໄປເທີງພູເຂົາ
ສູງຂຶ້ນໄປເທີງພູເຂົາ
1. ສູງຂຶ້ນໄປເທິງພູເຂົາ
ທຸງພັດພິ້ວປິວສະບັດ
ປະຊາຊາດຕ່າງຄົ້ນຫາ
ທົ່ວໜ້າທຸງພັດປິວໄປ
ໃນເດເຊເລັດແດນສຸກສະຫງັດ
ເທິງພູຊີໂອນທຸງປິວສະບັດ
2. ເພາະພຣະເປັນເຈົ້າຍັງຈຳ
ສັນຍາຊົງເຮັດນານມາ
ວ່າເທິງພູຊີໂອນພຣະອົງ
ຈະເປີດປ່າວຄວາມຈິງ
ແສງນັ້ນຈະດຶງດູດຄວາມສົນໃຈ
ຂອງທົ່ວໂລກາໃນຍຸກສຸດທ້າຍ
3. ພຣະວິຫານຈະສ້າງຂຶ້ນ
ລັດສະໝີຈະເດັ່ນຕາ
ແລະຈະໄດ້ຍິນຜູ້ຄົນ
ໃນແດນໄກກ່າວວາຈາ
ເຮົາຈະຂຶ້ນໄປຮັບໃຊ້ພຣະເຈົ້າ
ເຊື່ອຟັງຄວາມຈິງຮຽນຄຳພຣະອົງ
4. ເພາະທີ່ນັ້ນເຮົາຖືກສອນ
ດ້ວຍຄວາມຈິງແລະປັນຍາ
ເຖິງກົດທີ່ຈະອອກໄປ
ເພື່ອປົກຄອງທົ່ວໂລກາ
ເຮົາຈະຕາມທາງພຣະອົງຊົ່ວການ
ແລະຊ່ວຍເຮົາລອດພ້ອມຄົນສິ້ນເສັຽ
ເນື້ອຮ້ອງ: ໂຈ ເອັຈ ຈອນສອນ, ໑໘໐໒–໑໘໘໒
ທຳນອງ: ເອບີນີເຊີ ບີສະລີ