Page ໓໖
ຈົ່ງມາຊື່ນຊົມຍິນດີ
ຈົ່ງມາຊື່ນຊົມຍິນດີ
1. ຈົ່ງມາຊື່ນຊົມຍິນດີວັນທີ່ຄວາມລອດມາເຖິງ
ເຮົາຈຶ່ງບໍ່ຕ້ອງຊັດເຊດັ່ງຄົນຈອນຕໍ່ໄປ
ຂ່າວໃຫຍ່ຍິ່ງປະກາດກ້ອງແກ່ພວກເຮົາແລະທຸກຊາດ
ບໍ່ຊ້າຊົ່ວໂມງໄຖ່ອັນສົດໃສໃກ້ເຂົ້າມາ
ເມື່ອມວນສິ່ງທີ່ສັນຍາຈະມາສູ່ສິດທິຊົນ
ເຂົາຈະພົ້ນຄົນລົບກວນຈາກເຊົ້າຈົນຍາມແລງ
ຄວາມເດັ່ນຂອງໂລກາຈະປາກົດດັ່ງສວນເອເດນ
ພຣະເຢຊູຈະກ່າວຕໍ່ມວນອິສເອນ “ຄືນບ້ານ”
2. ເຮົາຈົ່ງຮັກກັນແລະກັນບໍ່ຕ້ອງກ່າວຂວັນນິນທາ
ເລີກລ້າງການເຮັດຊົ່ວຮ້າຍແລະໝາຍໃຈປອງດອງ
ເມື່ອຜອງຄົນບາບມະຫັນກຳລັງຫວັ່ນກົວຕົວສັ່ນ
ເຮົານັ້ນຈົ່ງລໍເບິ່ງວັນພຣະຜູ້ຊ່ວຍຈະມາ
ເມື່ອມວນສິ່ງທີ່ສັນຍາຈະມາສູ່ສິດທິຊົນ
ເຂົາຈະພົ້ນຄົນລົບກວນຈາກເຊົ້າຈົນຍາມແລງ
ຄວາມເດັ່ນຂອງໂລກາຈະປາກົດດັ່ງສວນເອເດນ
ພຣະເຢຊູຈະກ່າວຕໍ່ມວນອິສເອນ “ຄືນບ້ານ”
3. ເຮົາລາງໃຈໃນພຣະພາຫຸຂອງພຣະເຢໂຮວາ
ພາເຮົາຜ່ານຄວາມລຳບາກມືດມົນໃນຍຸກນີ້
ພາຍຫລັງພັຍພິບັດແລະການເກັບກ່ຽວແລ້ວລາບລື້ນ
ເຮົາຟື້ນພ້ອມຄົນທ່ຽງທັມວັນພຣະຜູ້ຊ່ວຍມາ
ເມື່ອມວນສິ່ງທີ່ສັນຍາຈະມາສູ່ສິດທິຊົນ
ເຂົາຄອງມົງກຸດຕົນກັບຝູງທູດໃນສະຫວັນ
ຄວາມເດັ່ນຂອງໂລກາຈະປາກົດດັ່ງສວນເອເດນ
ພຣະຄຣິສແລະເຫລົ່າຊົນຈະຮວມຕົນເປັນນຶ່ງດຽວ
ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒
ທຳນອງ: ເຮັນລີທັກເກີ້, ປະມານ ໑໘໖໓