Page ໔໖
ໂອ້ພຣະບິດາ
ໂອ້ພຣະບິດາ
1. ໂອ້ພຣະບິດາຜູ້ສະຖິດຢູ່ໃນເບື້ອງເທິງຮຸ່ງເຮືອງສາຍສ່ອງເມື່ອໃດຈະໄດ້ຢູ່ກັບພຣະອົງເຫັນພຣະພັກອີກເໝືອນດັງປອງ?ໃນທີ່ອັນສັກສິດແຫ່ງພຣະອົງວິນຍານຂ້າເຄີຍຢູ່ຫລືບໍ່?ວິນຍານຂ້າໃນຍາມວັຍເດັກນັ້ນລ້ຽງດູໂດຍພຣະອົງແມ່ນບໍ່?
2. ດ້ວຍເຈດຕະນາເລີດລ້ຳສູງສົ່ງພຣະອົງສົ່ງຂ້າມາໂລກນີ້ທັງຢັບຢັ້ງຄວາມຈຳຂ້າທັງປວງເຖິງເພື່ອນແລະການເກີດກ່ອນນີ້ແຕ່ຫລາຍຄັ້ງມີບາງສິ່ງລຶກລັບກະຊິບເຈົ້າເປັນຄົນຕ່າງແດນຂ້າຮູ້ສຶກວ່າຂ້າໄດ້ທ່ອງທ່ຽວມາຈາກຖິ່ນສູງສົ່ງແສນໄກ
3. ຂ້າຮຽນຮູ້ຮ້ອງອົງພຣະບິດາທາງພຣະວິນຍານຈາກສະຫວັນກ່ອນຟື້ນຟູກະແຈແຫ່ງຄວາມຮູ້ຂ້າບໍ່ຮູ້ຈະຮ້ອງເຊັ່ນນັ້ນໃນສະຫວັນມີບິດາເທົ່ານັ້ນຫລື?ຄວາມຄິດນັ້ນມອງຫາເຫດຜົນຄວາມຈິງຄືເຫດຜົນຄວາມຈິງບອກຂ້າວ່າມີມານດາທີ່ນັ້ນ
4. ເມື່ອຂ້າຈະຈາກຊີບອັນອ່ອນແອເມື່ອຂ້າວາງຮ່າງມະຕະໄວ້ບິດາມານດາຂໍຂ້າພົບທ່ານໃນວຽງວັງສະຫວັນໄດ້ບໍ່?ແລະເມື່ອຂ້າສຳເຣັດທຸຣະກິດຕາມທີ່ບັນຊາທຸກປະການຫາກວ່າທັງສອງເຫັນພ້ອມຕ້ອງກັນຂໍໃຫ້ຂ້າໄດ້ຢູ່ກັບທ່ານ
ເນື້ອຮ້ອງ: ເອລີຊາ ອາ ສະໂນ, ໑໘໐໔–໑໘໘໗
ທຳນອງ: ເຈມ ມິກການາອານ, ໑໘໔໐–໑໙໐໗