Page ໕໐
ເຮົາຈະໄປທີ່ພຣະອົງບັນຊາ
ເຮົາຈະໄປທີ່ພຣະອົງບັນຊາ
1. ອາດບໍ່ແມ່ນການປີນຂຶ້ນຍອດພູຜາຫລືວ່າຂ້າມທະເລເລີກໃຫຍ່ອາດບໍ່ແມ່ນທີ່ສະໜາມລົບແນວໜ້າຊຶ່ງຊົງຕ້ອງການໃຫ້ຂ້າໄປແຕ່ຖ້າພຣະອົງຕັສຄ່ອຍຄ່ອຍໃຫ້ຂ້າໄປໃນທີ່ຂ້າບໍ່ເຄີຍໄປຂ້າກໍຈະຕອບວ່າໂອ້ພຣະອົງເຈົ້າຂ້າຂ້າຈະໄປທີ່ພຣະອົງບັນຊາ
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາບໍ່ວ່າບົກທະເລຫລືພູຜາພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາຂ້າຈະເປັນດັ່ງພຣະອົງບັນຊາ
2. ວັນນີ້ເຢຊູອາດມີຄຳແຫ່ງຮັກທີ່ຈະໃຫ້ຂ້າເອີ່ຍວາຈາອາດມີຄົນຈົນໃນທາງບາບມືດມົນທີ່ຂ້າຄວນຄົ້ນສະແຫວງຫາໂອ້ພຣະຜູ້ຊ່ວຍຖ້າພຣະອົງຊົງນຳແມ້ທາງນັ້ນລຳບາກພຽງໃດປາກຂ້າໃຊ້ຈະເອີ່ຍເວົ້າຖ້ອຍຄຳຫວານຍິ່ງຂ້າຈະເວົ້າສິ່ງພຣະອົງບັນຊາ
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາບໍ່ວ່າບົກທະເລຫລືພູຜາພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາຂ້າຈະເປັນດັ່ງພຣະອົງບັນຊາ
3. ໃນໂລກໄພສານຄົງມີທີ່ແຫ່ງນຶ່ງຊຶ່ງຂ້ານີ້ສາມາດຮັບໃຊ້ໄປຊົ່ວຊີວັນອັນແສນສັ້ນທີ່ເຫລືອເພື່ອເຢຊູຜູ້ຖືກຄຶງຕາຍຂ້າວາງໃຈໃນການຊົງອາລັກຂາຮູ້ວ່າພຣະອົງຊົງຮັກຂ້າຂ້າຈະເຮັດຕາມນ້ຳພຣະທັຍຢ່າງຈິງຈັງຂ້າຈະເປັນດັ່ງພຣະອົງບັນຊາ
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາບໍ່ວ່າບົກທະເລຫລືພູຜາພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາຂ້າຈະເປັນດັ່ງພຣະອົງບັນຊາ
ເນື້ອຮ້ອງ: ແມຣີ ບຣາວ, ໑໘໕໖–໑໙໑໘
ທຳນອງ: ແຄຣີ ອີ ຣາວຊີແຟວ, ໑໘໖໑–໑໙໓໐