Page ໖໐
ພຣະອົງຊົງຟື້ນ!
ພຣະອົງຊົງຟື້ນ!
1. ພຣະອົງຊົງຟື້ນພຣະອົງຊົງຟື້ນ
ເຮົາຈົ່ງບອກໄປດ້ວຍສຽງເພງ
ຊົງທຳລາຍຄຸກຄວາມຕາຍສາມວັນ
ໂລກຈຶ່ງພັນຍິນດີທົ່ວໜ້າ
ຊະນະຄວາມຕາຍແລະໄຖ່ເຮົາ
ອົງພຣະຄຣິສເຈົ້າຊົງມີໄຊ
2. ທຸກທົ່ວໜ້າພາກັນໂມທະນາ
ພຣະຊະນະເຮົາຮ້ອງສັນເສີນ
ບໍ່ພຽງຫາຍມືດມົນໄກຫ່າງເຫີນ
ແຕ່ເກີນແສງແຫ່ງອາຣຸນຮຸ່ງ
ຂຸນຂາດບາດເທິງສີມ້ວງແດງ
ປຽບເໝືອນແສງຂອງວັນອິສເຕີ
3. ພຣະອົງຊົງຟື້ນພຣະອົງຊົງຟື້ນ
ຊົງເປີດປະຕູສະຫວັນໃຫ້
ພຣະອົງໄຖ່ເຮົາຈາກຄຸກຍາກຮ້າຍ
ຈົນຟື້ນສູ່ພາວະສັກສິດ
ຍາມແສງອິສເຕີສາຍສ່ອງມາ
ໃຫ້ດວງຕາປະກາຍຊື່ນບານ
ເນື້ອຮ້ອງ: ຊີຊຽວ ແຟຣນຊິດ ອາເລັກຊານເດີ, ໑໘໑໘–໑໘໙໕
ທຳນອງ: ໂຈເອຈິມ ນີແອນເດີ, ໑໖໕໐–໑໖໘໐