Page ໒
ສິດທິຊົນມາ
ສິດທິຊົນມາ
1. ສິດທິຊົນມາຢ່າຢ້ານງານຫນັກແບບໃດດຳເນີນຕໍ່ໂດຍສຸກໃຈແມ້ການເດີນທາງລຳບາກແກ່ທ່ານທັງຫລາຍພຣະກາລຸນຈະຢູ່ໃກ້ໃຫ້ພະຍາຍາມກຳຈັດກັງວົນເປັນປະໂຫຍດກວ່າການວິຕົກທຸກຮ້ອນຫົວໃຈຈະເບີກບານເພາະຄຳນີ້ທຸກຢ່າງດີທຸກຢ່າງດີ
2. ເປັນຫຍັງຈະໂສກຄິດວ່າພາລະເຮົາຫນັກ?ບໍ່ແມ່ນເລີຍທຸກຢ່າງດີບໍ່ແມ່ນຄາດວ່າຈະມີຣາງວັນປະເສີດຖ້າດຽວນີ້ຫລີກຕໍ່ສູ້ຕຽມຕົວຂອງທ່ານຈົ່ງກ້າຫານຫລາຍພຣະຜູ້ເປັນເຈົ້າຈະໃຫ້ທ່ານສະບາຍບໍ່ຊ້າພວກເຮົາຈະເລົ່າຄຳນີ້ທຸກຢ່າງດີທຸກຢ່າງດີ
3. ເຮົາຈະພົບແຫລ່ງທີ່ອົງພຣະເຈົ້າຕຽມໄວ້ໄກໄປທາງຕາເວັນຕົກທີ່ບໍ່ມີໃຜເຮັດໃຫ້ຢ້ານຫລືຮຸກຮານເຮົາຈະຮັບພອນສຸກຂີສຽງເຮົາຈະຮ້ອງໄປໃນທ້ອງຟ້າໂຮຮ້ອງສັນເສີນຕໍ່ອົງພຣະບິດານອກເຫນືອຈາກນັ້ນກ່າວຖ້ອຍຄຳນີ້ທຸກຢ່າງດີທຸກຢ່າງດີ
4. ຫາກວ່າເຮົາຕາຍກ່ອນການເດີນທາງສຳເຣັດວັນແສນສຸກທຸກຢ່າງດີເຮົາກໍຈະພົ້ນຈາກຄວາມເສົ້າຄວາມເມື່ອຍອ່ອນຈະຢູ່ກັບຄົນທ່ຽງທັມແຕ່ຫາກເຮົາມີຊີວິດຕໍ່ໄປເຫັນສິດທິຊົນໄດ້ພົບທີ່ອາສັຍໂອ້ເຮົາຈະຮ້ອງພ້ອມກັນອີກທີທຸກຢ່າງດີທຸກຢ່າງດີ
ເນື້ອຮ້ອງ: ວິລຽມ ຄະເລຕັນ, ໑໘໑໔–໑໘໗໙
ທຳນອງ: ເພງພື້ນເມືອງອັງກິດ