Page ໔
ມາເຖີດທ່ານລູກຫລານພຣະເຈົ້າ
ມາເຖີດທ່ານລູກຫລານພຣະເຈົ້າ
1. ມາເຖີດທ່ານລູກຫລານພຣະເຈົ້າຮ່ວມກັນເຂົ້າຮ້ອງເພງຂັບຂັນເປັ່ງສຽງຮ້ອງດ້ວຍຄວາມເບີກບານແດ່ພຣະຜູ້ບໍ່ນານຈະຄອງໃນໂລກນີ້ເມື່ອມັນຖືກລ້າງຈາກຈຸດດ່າງຊົ່ວຮ້າຍທັງຜອງເມື່ອມະນຸດຢຸດບາບເນືອງນອງແລະຈະປອງຮັກມັກສັນຕິ
2. ໂອເຮົາຄົງຍິນດີເນືອງນອງເມື່ອເຮົາມອງເຫັນພຣະຜູ້ຊ່ວຍເມື່ອພຣະອົງລົງມາຊົດຊ່ວຍແລ້ວຄວາມຊົ່ວຈະມ້ວຍລັບລາໂອເພງໃດເຮົາຈະຮ້ອງລຳແດ່ພຣະຜູ້ຊ່ວຍແລະຣາຊາໂອຮັກໃດຈະຄອງຊີວັນເມື່ອຄວາມຫວັ່ນກົວຄາຍຫາຍໄປ
3. ເຮົາຈະຂາວສະກາວສົດໃສເຮົາຈະຢູ່ໃນຈິງແລະແສງເຮົາຈະຮ້ອງເພງສັນເສີນແຮງຈະບອກແຈ້ງຍິນດີໃນໃຈແລ້ວໂລກຈະລ້າງຫ່າງບາບຜິດທຸກຊີວິດເພິ່ງໂລກອາໄສຈະເນົາໃນຮັກແລະວິໄລແລ້ວຫົວໃຈຈະລຳສຳລານ
ເນື້ອຮ້ອງ: ເຈມ ເອັຈ ວໍລິດ, ໑໘໖໑–໑໙໔໐
ທຳນອງ: ເພງສະເປນ; ຮຽບຮຽງໂດຍ ເບັນຈາມິນ ຄາ, ໑໗໖໘–໑໘໓໑