Page ໑໓
ແສນຫວານງານເລີດ
ແສນຫວານງານເລີດ
1. ແສນຫວານງານເລີດຂໍເທີດກະສັດ
ສັນເສີນພຣະນາມແລະຂອບພຣະທັຍ
ຊົງໃຫ້ຄວາມຮັກດ້ວຍແສງຍາມເຊົ້າ
ແລະກ່າວວາຈາໃນລາຕີການ
2. ແສນຫວານວັນພັກຜ່ອນອັນສັກສິດ
ບໍ່ຄິດກັງວົນເຣື່ອງຣາວທັງປວງ
ຂໍນ້ອມນຳດວງຈິດຮ່ວມບັນເລງ
ເຫມືອນເພງດາວິດປະສານສຽງພິນ
3. ດວງໃຈຂ້າມີໄຊໃນພຣະເຈົ້າ
ແລະເຝົ້າອ້ອມຮອບງານແລະພຣະຄຳ
ງານພຣະຄຸນລ້ຳສ່ອງແສງຈືດຈ້າ
ວາຈາແນະນຳສຸດແສນສັກສິດ
4. ຂ້າຕັ້ງໃຈນ້ອມຖະຫວາຍສັນເສີນ
ນາມຂອງພຣະອົງຊົ່ວການເວລາ
ໃນອານາຈັກແຫ່ງຄວາມຮົ່ມເຢັນ
ຂ້າເຫັນພຣະພັກປ່ຽມດ້ວຍຍິນດີ
5. ບາບເຄີຍເປັນສັດຕູຮ້າຍຂອງຂ້າ
ຈະບໍ່ມາກວນທັງຕາແລະຫູ
ສັດຕູໃນໃຈຂ້າຈະຖືກປະຫານ
ຊາຕານບໍ່ອາດຜານສັນຕິອີກ
6. ແລ້ວຂ້າເຫັນໄດ້ຍິນແລະຮູ້
ໝູ່ຄວາມຫວັງຂ້າເຄີຍປອງໃນຫລ້າ
ບັນດາອຳນາດຖືກນຳໄປໃຫ້
ໃນໂລກນິຣັນແຫ່ງຄວາມຊື່ນບານ
ເນື້ອຮ້ອງ: ອີຊາກ ວັດ, ໑໖໗໔–໑໗໔໘
ທຳນອງ: ຈອນ ເຈ ມິກຄະລີແລນ, ໑໘໗໔–໑໙໒໕