1. ເບິ່ງເຖີດພຣະຜູ້ໄຖ່ຍິ່ງໃຫຍ່ມ້ວຍ
ເພື່ອຊ່ວຍຖວາຍຊົນພົ້ນມວນມົນທິນ
ສິ້ນຊີວັນຫວັງໄຖ່ບາບຄາບສິ້ນ
ຊີບຊີວັນຫວັງໄຖ່ບາບຄາບສິ້ນ
ເພື່ອຊີວິດຄົນລອດແລະເລືອງລອງ
2. ຄົນຊົ່ວຫົວຂວັນຄວາມປວດສາຫັດ
ເຂົາແທງພຣະຫັດພຣະບາດພຣະຂ້າງ
ເຂົາຫຍັນເຢາະເຢີ້ຍເອີ່ຍຄຳປະໝາດ
ເຂົາຫຍັນເຢາະເຢີ້ຍເອີ່ຍຄຳປະໝາດ
ເຂົາຄາດມົງກຸດໜາມເທິງພຣະສຽນ
3. ແມ້ຖືກຕຶກຄຶກແສບປວດລວດລ້າວ
ພຣະອົງບໍ່ກ່າວເອີ່ຍເຜີຍຄຳຈົ່ມ
ເພື່ອທຳໜ້າທີ່ມີໃຫ້ເກີດຜົນ
ເພື່ອທຳໜ້າທີ່ມີໃຫ້ເກີດຜົນ
ພຣະຍອມຕົນຕາມແຜນພຣະບິດາ
4. “ພຣະບິດາເລື່ອນຖ້ວຍນີ້ຈາກຂ້າ
ແຕ່ຫາກບັນຊາຂ້າຈະດື່ມໝົດ
ຂ້າທຳການງານຕາມຊົງກຳໜົດ
ຂ້າທຳການງານຕາມຊົງກຳໜົດ
ວອນໂປດຮັບວິນຍານຂອງຂ້າໄວ້”
5. ພຣະອົງຊົງມ້ວຍດ້ວຍຮີບພະລັນ
ຕາວັນອັບອາຍບໍ່ໃຫ້ແສງສີ
ໂລກສັ່ນຫວັ່ນໄຫວສັບສິ່ງໂສກີ
ໂລກສັ່ນຫວັ່ນໄຫວສັບສິ່ງໂສກີ
ຕໍ່ອະວາຈີ"ພຣະເຈົ້ານຶ່ງມ້ວຍ!”
6. ພຣະອົງຊົງຊົນເຮົາກົ້ມເກສາ
ວັນທາຮອບສັນຍາລັກສັກສິດ
ສິດທິຊົນຍຸກສຸດທ້າຍໝາຍຈິດ
ສິດທິຊົນຍຸກສຸດທ້າຍໝາຍຈິດ
ດຳຣົງຊີວິດຕາມພຣະປະສົງ
ເນື້ອຮ້ອງ: ເອລີຊາ ອາ ສະໂນ, ໑໘໐໔–໑໘໘໗
ທຳນອງ: ຈອດ ແຄເລດ, ໑໘໓໙–໑໙໓໒