1. ໂອ້ພຣະບິດາຜູ້ນິຣັນ
ສະຖິດຢູ່ກາງສະຫວັນ
ຫາກເຫັນວ່າເຮົາບໍຣິສຸດ
ເຮົາວອນໃນນາມເຢຊູ
ໂປດອວຍພອນເຮັດໃຫ້ສັກສິດ
ເຂົ້າໜົມປັງແລະນ້ຳນີ້
ເພື່ອເຮົາຈະຈຳລະນຶກເຖິງ
ການຖວາຍແຫ່ງສະຫວັນນັ້ນ
2. ໂດຍຄວາມເຂົ້າໃຈນ້ອຍຂອງຄົນ
ອະທຳຜູ້ສັກສິດນັ້ນ
ຈະຍົກບາບເຮົາໝົດສິ້ນໄປ
ດ້ວຍເລືອດແລະເນື້ອພຣະອົງ
ເພື່ອເຮົາອາດເປັນພະຍານການ
ທໍຣະມານຂອງພຣະບຸດ
ແລະມີພຣະວິນຍານປະຈຳ
ເພື່ອເຮັດໃຈເຮົາເປັນນຶ່ງ
3. ເມື່ອເຢຊູຜູ້ຖືກເລືອກສັນ
ສະເດັດມາຈາກຂ້າງເທິງ
ທັງມອບຮ່າງກາຍເປັນຄ່າໄຖ່
ເພື່ອຊະນະຈິດດ້ວຍຮັກ
ມະນຸດບໍ່ໄດ້ປາດຖະໜາ
ພຣະອົງທີ່ຄວາມງົດງາມ
ພຣະເປັນຜູ້ຊ່ວຍຕາມສັນຍາ
ເພື່ອມາຊຳລະດ້ວຍໄຟ
4. ປັນຍານັ້ນຍ່ອມບໍ່ຮູ້ຈົບ
ແຜນງານຂອງຄວາມສັກສິດ
ທິ່ເຮັດຄວາມລອດໃຫ້ສົມບູນ
ແລະໃຫ້ພຣະເຈົ້າເກີດມາ
ເພື່ອຍ່າງຢຽບເດີນຜືນແຜ່ນດິນ
ເປັນຢ່າງຄົນທຳມະດາ
ໂດຍກຽດສູງສົ່ງພຣະຍອມຕາຍ
ຖ້າບໍ່ທຸກຢ່າງມະລາຍ
ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒.
ທຳນອງ: ຟີລິກ ເມັນໂດເຊັນ, ໑໘໐໙–໑໘໔໗