Page ໒໐
ປັນຍາ ແລະຄວາມຮັກຍິ່ງໃຫຍ່
ປັນຍາ ແລະຄວາມຮັກຍິ່ງໃຫຍ່
1. ປັນຍາແລະຄວາມຮັກຍິ່ງໃຫຍ່ມາ
ທຽບຢູ່ໃນທີ່ສູງລົ້ນ
ສົ່ງພຣະຜູ້ຊ່ວຍໃຫ້ລອດລົງມາ
ທົນເຈັບຫລັ່ງເລືອດສິ້ນຊົນ
2. ໂລຫິດລ້ຳຄ່າພຣະອົງຫລັ່ງໃຫ້
ອີກທັ້ງຊີວັນຍອມຕາຍ
ຖວາຍບູຊາເພື່ອຜູ້ມີບາບລົ້ນ
ເພື່ອຊ່ວຍໂລກລອດຊີບວາຍ
3. ໂດຍເຊື່ອຟັງພຣະເຢຊູຊະນະ
ຣາງວັນເຣື່ອງບາລາມີ
“ພຣະປະສົງພຣະອົງບໍ່ແມ່ນຂ້າ”
ຊົ່ວການທີ່ມີຊີວີ
4. ພຣະອັງບອກທາງເດີນນຳທາງນັ້ນ
ແລະຊີ້ແຈງຈຸດນານາ
ສູ່ແສງແລະຊີວີແລະນິຣັນ
ເບື້ອງພຣະພັກເທິງເຈີດຈ້າ
5. ໃນຄວາມສຳນຶກເຖິງກາຍເນື້ອໜັງ
ເຮົາກິນຂະໜົມປັງນີ້
ດື່ມນ້ຳເປັນພະຍານເຖິງໂລຫິດ
ສັດທາເຮົາໃນພຣະຄຣິສ
6. ຊ່າງຮຸ່ງໂຣດສົມບູນແລະຍິ່ງໃຫຍ່
ໂອ້ແຜນງານແຫ່ງການໄຖ່
ຊຶ່ງຄວາມທ່ຽງທັມຄວາມຮັກເມຕາ
ປະສານປອງດອງເມືອງຟ້າ
ເນື້ອຮ້ອງ: ເອລີຊາ ອາ ສະໂນ, ໑໘໐໔–໑໘໘໗
ທຳນອງ: ທອມມັດ ມິກອິນໄຕ, ໑໘໓໓–໑໙໑໔