Page ໒໘
ພຣະຜູ້ຊ່ວຍດ້ວຍຄວາມຖ່ອມ
ພຣະຜູ້ຊ່ວຍດ້ວຍຄວາມຖ່ອມ
1. ພຣະຜູ້ຊ່ວຍດ້ວຍຄວາມຖ່ອມຂອງເຮົາ
ຂໍພຣະວິນຍານເນົາປະຈຳ
ເມື່ອເຮົາສວດຂະໜົມປັງແລະນ້ຳ
ໃນພຣະນາມອັນສັກສິດນີ້
ໃຫ້ຂ້າຈົດຈຳວ່າເພື່ອຂ້າໂອ
ພຣະຫລັ່ງໂລຫິດສິ້ນຊີວີ
ເມື່ອອົງພຣະທັຍສິ້ນສະຫລາຍ
ທີ່ຄາວາລີເທິງໄມ້ກາງແຂນ
2. ຕື່ມດວງຈິດເຮົາດ້ວຍການອະພັຍ
ສອນໃຫ້ເຮົາອົດທົນແລະຮັກ
ໃຫ້ຄຳວອນເຖິງພຣະທີ່ສຳນັກ
ອັນສັກສິດເບື້ອງເທິງສະຫວັນ
ເມື່ອເຮົາພິສູດຕົນມີຄຸນຄ່າ
ຕໍ່ການສະລະຊີບຊີວັນ
ໃຫ້ເຮົາໄດ້ຢູ່ກັບພຣະອີກ
ໂປດໃຫ້ສີລິອ້ອມເຮົາສົ່ງແສງ
ເນື້ອຮ້ອງ: ເມໂບ ໂຈນ ແກບບອດ, ເກີດ ໑໙໑໐. © ໑໙໔໘ IRI
ທຳນອງ: ໂຮແລນ ເອັຈ ພິທຊາດ, ໑໘໑໑–໑໘໘໗