Page ໓໔
ບອກມາ ສັດຈະຄືຫຍັງ?
ບອກມາ ສັດຈະຄືຫຍັງ?
1. ສັດຈະແມ່ນຄືຫຍັງ? ໂອຄືນິນຈິນດາ
ຄຸນຄ່າຫລາຍລົ້ນສະກົນໂລກສ້າງມາ
ແລະສັດຈະຈະດີເລີດປະເສີດລ້ຳຄຸນຄ່າ
ເມື່ອມະຫາມົງກຸດເລືອງລັດຂອງກະສັດຊົງໄຊ
ນັ້ນທຽບໄດ້ພຽງແຕ່ເທົ່າກັບເມັດງາ
2. ສັດຈະແມ່ນຄືຫຍັງ? ໂອຄືຣາງວັນເລີດ
ປະເສີດສຸດມະນຸດແລະພຣະເຈົ້າປອງ
ໄປຫາໃນເບື້ອງລ່າງທີ່ມັນພາງພາວແສງທອງ
ຫລືຂຶ້ນສ່ອງຫາໃນນະພາວິໄລກວ້າງໄກສຸດ
ນີ້ເປັນຈຸດປາດຖະໜາສະງ່າຍິ່ງ
3. ທໍລະລາດອາດສູນທ່າເມື່ອພາຍຸແຮງ
ລົມແຫ່ງຄວາມຍຸຕິທັມພັດກະນ່ຳ
ແຕ່ວ່າເສົາສັດຈະຈະທົນເຖິງທີ່ສຸດປະຈຳ
ແລະປ້ອມກຳບັງຍັງຄົງຍົງຢືນເໜືອລົມພະລັງ
ແລະຄວາມຫວັງພັງຫີນຂອງທໍລະລາດ
4. ສັດຈະແມ່ນຄືຫຍັງ? ໂອຄືທີ່ຕົ້ນແລະປາຍ
ວັນສຸດທ້າຍໃກ້ເຂົ້າມາທຸກນາທີ
ແມ້ວ່າໂລກຈາກລັບລາແລະສະຫວັນຫັນລັບຕາ
ແຕ່ສັດຈະບໍ່ຜັນປ່ຽນໄປຍັງຄົງຢູ່ຄູ່ການ
ເນີນນານຊົ່ວນິດນິຣັນບໍ່ຜັນປ່ຽນ
ເນື້ອຮ້ອງ: ຈອນ ແຈກ, ໑໘໒໗–໑໙໐໐
ທຳນອງ: ແອເລັນ ໂນເລດ ເມນລິງ, ໑໘໒໐–໑໙໐໕