1. ເຮົາຂອບພຣະທັຍສຳລັບສາສດາ
ເພື່ອພາເຮົາຢູ່ໃນຍຸກສຸດທ້າຍ
ຂອບພຣະທັຍກິດຕິຄຸນປະທານໃຫ້
ເພື່ອສ່ອງໃຈສະຫວ່າງພ່າງສົດສີ
ຂອບພຣະທັຍພອນທັງຫລາຍປະທານມາ
ດ້ວຍເມດຕາຈາກພຣະຫັດປານີ
ເຮົາຮັບໃຊ້ດ້ວຍໃຈຊາບຊຶ້ງຍິນດີ
ຮັກທີ່ຈະເຊື່ອຟັງພຣະບັນຍັດ
2. ເມື່ອເມກມືດແຫ່ງຄວາມທຸກຜ່ານເຂົ້າມາ
ຂົ່ມເຫັງສັນຕິໃຫ້ລີ້ລັບຕາ
ຍັງມີຫວັງສົດໃສລໍຢູ່ເບື້ອງໜ້າ
ເຮົາຮູ້ວ່າຄວາມລອດເລື່ອນເຂົ້າມາ
ເຮົາບໍ່ສົງໃສພຣະຄຸນແລະພຣະເຈົ້າ
ເຮົາພິສູດພຣະອົງໃນການຜ່ານ
ຄົນຊົ່ວທີ່ຂັດຂວາງຕໍ່ຕ້ານຊີໂອນ
ຈະຖືກຟາດຟັນລົງສິ້ນແນ່ນອນ
3. ເຮົາຈະສັນເສີນພຣະຄຸນພຣະເມດຕາ
ຈະວັນທາພຣະເຈົ້າທັງວັນຄືນ
ຈະເບີກບານໃນກິດຕິຄຸນຄຶກຄື້ນ
ແລະຊົມຊື່ນຮັບແສງແຫ່ງຊີວັນ
ແລ້ວຜູ້ຊື່ສັດຜູ້ສັດທາຈະໄປ
ເຂົ້າສູ່ໃນຄວາມດີພ້ອມນິຣັນ
ແຕ່ຜູ້ບໍ່ຍອມຮັບຂ່າວປະເສີດນັ້ນ
ສຸກສັນເຂົາຈະບໍ່ມີວັນຮູູ້
ເນື້ອຮ້ອງ: ວິລຽມ ຟາວເລີ, ໑໘໓໐–໑໘໖໕
ທຳນອງ: ແຄໂຣລີນ ເຊຣີແດນ ນໍຕັນ, ໑໘໐໘–ປະມານ ໑໘໗໗