1. ເຮັດແຕ່ຄວາມດີອາຣຸນກຳລັງສາຍສ່ອງ
ຮ້ອງຮັບອະນາຄົດເສລີແລະສະຫວ່າງ
ເຫລົ່າທູດສະຫວັນກຳລັງບັນທຶກການກະທຳ
ທຸກທຸກຢ່າງຂອງທ່ານຈົ່ງເຮັດແຕ່ຄວາມດີ
ເຮັດແຕ່ຄວາມດີໃຫ້ຜົນຮັບມາເຖິງຕົວທ່ານ
ສູ້ເພື່ອເສລີໃນພະລັງແລະວິນຍານ
ດ້ວຍໃຈກ້າຫານທ່ານຈົ່ງເຝົ້າຄອຍມື້ອື່ນນີ້
ພຣະເປັນເຈົ້າຈະຮັກສາເຮັດແຕ່ຄວາມດີ
2. ເຮັດແຕ່ຄວາມດີບ້ວງໂສ້ກຳລັງຫລຸດລົ່ນ
ໂສ້ລ່າມຄົນເປັນທາດນັ້ນຖືກຖອດຖິ້ມໄປ
ຄວາມຫວັງຊ່ວຍໃຫ້ບ້ວຍໂສ້ບາງເບົາແລະມະລາຍ
ຄວາມຈິງຈະກ້າວໄປຈົ່ງເຮັດແຕ່ຄວາມດີ
ເຮັດແຕ່ຄວາມດີໃຫ້ຜົນຮັບມາເຖິງຕົວທ່ານ
ສູ້ເພື່ອເສລີໃນພະລັງແລະວິນຍານ
ດ້ວຍໃຈກ້າຫານທ່ານຈົ່ງເຝົ້າຄອຍມື້ອື່ນນີ້
ພຣະເປັນເຈົ້າຈະຮັກສາເຮັດແຕ່ຄວາມດີ
3. ເຮັດແຕ່ຄວາມດີຈົ່ງມີສັດທາຫານກ້າ
ຮີບເລື່ອນໄປຂ້າງໜ້າຈຸດໝາຍເຮັາຫລຽວເຫັນ
ນ້ຳຕາຈະລົດແຫ້ງບໍ່ໄຫລລິນອອກມາອີກ
ພອນກຳລັງຖ້າທ່ານເມື່ອເຮັດແຕ່ຄວາມດີ
ເຮັດແຕ່ຄວາມດີໃຫ້ຜົນຮັບມາເຖິງຕົວທ່ານ
ສູ້ເພື່ອເສລີໃນພະລັງແລະວິນຍານ
ດ້ວຍໃຈກ້າຫານທ່ານຈົ່ງເຝົ້າຄອຍມື້ອື່ນນີ້
ພຣະເປັນເຈົ້າຈະຮັກສາເຮັດແຕ່ຄວາມດີ
ເນື້ອຮ້ອງ: ບໍ່ບອກຊື່, The Psalms of Life,nullບອສຕັນ, ໑໘໕໗
ທຳນອງ: ຈອດ ໄຄລີມາກ, ໑໗໘໑–໑໘໓໕