Page ໖໖
ເຮົາຄິດເມື່ອເຮົາອ່ານເລືອງແສນຫວານນັ້ນ
ເຮົາຄິດເມື່ອເຮົາອ່ານເລືອງແສນຫວານນັ້ນ
1. ເຮົາຄິດເມື່ອເຮົາອ່ານເຣື່ອງແສນຫວານເກົ່າແກ່ນັ້ນ
ເຖິງເມື່ອວັນເຢຊູຢູ່ເທິງໂລກ
ຕອນພຣະອົງຊົງຮຽກເອີ້ນເດັກດັ່ງແກະເອີ້ນລູກມັນ
ເຮົາແສນຢາກຢູ່ນຳພຣະອົງທີ່ນັ້ນ
2. ເຮົາຝັນວ່າພຣະຫັດວາງຢູ່ເທິງຫົວຂອງເຮົາ
ວ່າອ້ອມແຂນຂອງພຣະອົງກອດເຮົາໄວ້
ວ່າເຮົາເຫັນເຖິງຄວາມຮັກຈາກພຣະຄຳແສນເບົາ
ວ່າ “ປ່ອຍໃຫ້ເດັກນ້ອຍເຂົ້າມາຫາເຮົາ”
3. ແຕ່ໃຕ້ພຣະບາດເຮົາອະທິຖານຢ່າງບາກບັ່ນ
ແລະຂໍແບ່ງປັນຄວາມຮັກຂອງພຣະອົງ
ແລະວ່າຖ້າເຮົາສະແຫວງຫາພຣະອົງທຸກວັນ
ເຮົາຈະເຫັນຍິນພຣະອົງໃນສະຫວັນ
ເນື້ອຮ້ອງ: ເຈມີມາ ລຸກ, ໑໘໑໓–໑໙໐໖
ທຳນອງ: ລີອາ ເອັຊດັນ ລອຍ, ໑໘໙໔–໑໙໖໕