Page ໔
ມາເຖີດທ່ານລູກຫລານພຣະເຈົ້າ
ມາເຖີດທ່ານລູກຫລານພຣະເຈົ້າ
1. ມາເຖີດທ່ານລູກຫລານພຣະເຈົ້າ
ຮ່ວມກັນເຂົ້າຮ້ອງເພງຂັບຂັນ
ເປັ່ງສຽງຮ້ອງດ້ວຍຄວາມເບີກບານ
ແດ່ພຣະຜູ້ບໍ່ນານຈະຄອງ
ໃນໂລກນີ້ເມື່ອມັນຖືກລ້າງ
ຈາກຈຸດດ່າງຊົ່ວຮ້າຍທັງຜອງ
ເມື່ອມະນຸດຢຸດບາບເນືອງນອງ
ແລະຈະປອງຮັກມັກສັນຕິ
2. ໂອເຮົາຄົງຍິນດີເນືອງນອງ
ເມື່ອເຮົາມອງເຫັນພຣະຜູ້ຊ່ວຍ
ເມື່ອພຣະອົງລົງມາຊົດຊ່ວຍ
ແລ້ວຄວາມຊົ່ວຈະມ້ວຍລັບລາ
ໂອເພງໃດເຮົາຈະຮ້ອງລຳ
ແດ່ພຣະຜູ້ຊ່ວຍແລະຣາຊາ
ໂອຮັກໃດຈະຄອງຊີວັນ
ເມື່ອຄວາມຫວັ່ນກົວຄາຍຫາຍໄປ
3. ເຮົາຈະຂາວສະກາວສົດໃສ
ເຮົາຈະຢູ່ໃນຈິງແລະແສງ
ເຮົາຈະຮ້ອງເພງສັນເສີນແຮງ
ຈະບອກແຈ້ງຍິນດີໃນໃຈ
ແລ້ວໂລກຈະລ້າງຫ່າງບາບຜິດ
ທຸກຊີວິດເພິ່ງໂລກອາໄສ
ຈະເນົາໃນຮັກແລະວິໄລ
ແລ້ວຫົວໃຈຈະລຳສຳລານ
ເນື້ອຮ້ອງ: ເຈມ ເອັຈ ວໍລິດ, ໑໘໖໑–໑໙໔໐
ທຳນອງ: ເພງສະເປນ; ຮຽບຮຽງໂດຍ ເບັນຈາມິນ ຄາ, ໑໗໖໘–໑໘໓໑