Page ໕
ພຣະຜູ້ໄຖ່ແຫ່ງອິສຣາແອນ
ພຣະຜູ້ໄຖ່ແຫ່ງອິສຣາແອນ
1. ພຣະຜູ້ໄຖ່ແຫ່ງອິສເອນຄວາມເບີກບານຂອງເຮົາພຣະອົງເປັນຜູ້ເຮົາວອນຂໍພອນເປັນຮົ່ມຍາມອາຣຸນສ່ວນລາຕີເປັນຫລັກຫມັ້ນກະສັດພຣະຜູ້ປົດປ່ອຍຂອງເຮົາ
2. ເຮົາຮູ້ພຣະຊົງມາເພື່ອຮວບຮວມແກະພຣະອົງແລະຊົງນຳສູ່ຊີໂອນດ້ວຍຮັກເຫດໃດຈະຮ້ອງໄຫ້ໃນວ່າງພູມໍຣະນາຫລືວ່າໃນແດນກັນດານໂດດດ່ຽວ?
3. ນານແລ້ວເຮົາໄດ້ທ່ຽວໄປໃນບາບເຊັ່ນຄົນປ່ຽວຮ້ອງວອນຫາພຣະອົງໃນແດນຊາຍສັດຕູແສນຍິນດີເມື່ອເຮົາມີຄວາມໂສກາບໍ່ຊ້າອິສເອນຈະພົບເສລີ
4. ລູກຫລານຂອງຊີໂອນຂ່າວປະເສີດນີ້ເພື່ອເຮົາເຄື່ອງຫມາຍສັນຍາໄດ້ປາກົດແລ້ວຢ່າຢ້ານຈົ່ງທ່ຽງທັມອານາຈັກເປັນຂອງເຮົາໃກ້ເຂົ້າມາຄືໂມງແຫ່ງການໄຖ່
5. ພຣະຜູ້ຊ່ວຍໂປດຊົງຟື້ນຟູແສງແຫ່ງພຣະພັກປະທານການເລົ້າໂລມຫນູນຈິດໃຈແລະໃຫ້ຄວາມຕ້ອງການຄືນສະຖານທີ່ສັກສິດນຳຄວາມຫວັງແກ່ຈິດເປົ່າປ່ຽວຂອງຂ້າ
6. ພຣະອົງທອດພຣະເນດສິບພັນທູດແສນຍິນດີມີທູດມາກມາຍຄອຍຟັງພຣະຄຳພຣະອົງຕັສນິຣັນດອນປ່ຽມດ້ວຍສຸຣະສຽງກຶກກ້ອງສຳນຽງສັນເສີນພຣະເຈົ້າ
ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒ ດັດແປງຈາກໂຢເຊັບ ສະເວນ, ໑໗໖໑–໑໗໙໖
ທຳນອງ: ຟຣີແມນ ລູອິດ, ໑໗໘໐–໑໘໕໙